ຄຳສັບພາສາອັງກິດກ່ຽວກັບລະດັບການສຶກສາ

 

 

ສິ່ງຈຳເປັນສຳລັບການຂຽນສະໝັກອັນໃດກໍ່ຕາມ ບໍ່ວ່າຈະເປັນສະໝັກງານ, ສະໝັກຮຽນຕໍ່, ສະໝັກເປັນສະມາຊິກຂອງອົງກອນນັ້ນ ສິ່ງທີ່ຂາດບໍ່ໄດ້ເລີຍຄືເລື່ອງວຸດທິການສຶກສາ. ອາດຈະມີຫຼາຍຄົນທີ່ມີບັນຫາກ່ຽວກັບການຂຽນເລື່ອງວຸດທິການສຶກສາເປັນພາສາອັງກິດແນ່ນອນເລີຍ.

ສະນັ້ນ ພວກເຮົາ  Hyperlao ກໍ່ໄດ້ຮວບຮ່ວມຄຳສັບພາສາອັງກິດທີ່ກ່ຽວຂ້ອງກັບລະດັບການສຶກ ເຮົາຈະມີຄວາມໝັ້ນໃຈຂຶ້ນເມື່ອມີຄົນມາຖາມວ່າ ເຮົາຮຽນຢູ່ຊັ້ນໃດ “What class/grade/year are you in?” ຄຳສັບທີ່ໃຊ້ອາດຈະແຕກຕ່າງກັນເລັກໜ້ອຍຂື້ນກັບຊ່ວງໄວຂອງເຮົາ ແລະ ບ່າງປະເທດນັ້ນເອງ.

 

Compulsory Education : ການສຶກສາພາກບັງຄັບNon-formal Education :  ການສຶກສານອກໂຮງຮຽນ.
Certificate, Diploma : ປະກາດສະນີຍະບັດ

College     : ວິທະຍາໄລ

University  : ມະຫາວິທະຍາໄລ

Undergraduate : ນັກສຶກສາລະດັບຕຳ່ກວ່າປະລິນຍາຕີ

 

ລະດັບກ່ອນອານຸບານ ແລະ ອານຸບານ

Nursery / Day Care Center / Preschool / Pre-kindergarten       : ໂຮງຮຽນລ້ຽງເດັກກ່ອນໄວຮຽນ, ສະຖານຮັບລ້ຽງເດັກ, ລະດັບຊັ້ນຕຽມອານຸບານ
Kindergarten : ລະດັບຊັ້ນອານຸບານ

ລະດັບປະຖົມ ແລະ ມັດທະຍົມ (ສາຍສາມັນ)

Primary School / Elementary School : ລະດັບຊັ້ນປະຖົມສຶກສາ
Secondary School / High School : ລະດັບຊັ້ນມັດທະຍົມ
Junior High School :  ລະດັບຊັ້ນສຶກສາມັດທະຍົມຕອນຕົ້ນ
Senior High School : ລະດັບຊັ້ນສຶກສາມັດທະຍົມຕອນປາຍ
High School Certificate : ປະກາດສະນີຍະບັດມັດທະຍົມຕອນປາຍ

Grade 1- 12 : ສຳລັບໂຮງຮຽນນາໆຊາດແມ່ນລະດັບການສຶກສາຈະເປັນ ເກດ 1-12, ແຕ່     ໂຮງຮຽນລາວແມ່ນຈຳແນກຄື ປ.1 – ປ.5 ແລະ ມ.1 – ມ.7

Middle School ຫຼື Junior High School (Grade 6-8) : ມັດທະຍົມສຶກສາຕອນຕົ້ນ ຄື ມ.1 -ມ.4

ລະດັບສາຍອາຊີບ

Technical College : ວິທະຍາໄລເຕັກນິກ
Polytechnical College :  ວິທະຍາໄລການຊ່າງ
Vocational Certificate (Voc. Cert.) : ປະກາດສະນີຍະບັດວິຊາຊີບ
​Certificate of Technical Vocation : ປະກາດສະນີຍະບັດວິຊາຊີບເທັກນິກ Diploma/High Vocational Certificate (Dip./High Voc. Cert.) : ປະກາດສະນີຍະບັດວິຊາຊີບຊັ້ນສູງ

ລະດັບປະລິນຍາ 

Bachelor Degrees : ລະດັບປະລິນຍາຕີ
Bachelor of Accounting (B.Acct.) : ປະລິນຍາບັນຊີ
Bachelor of Business Administration (B.BA.) : ປະລິນຍາບໍລິຫານທຸລະກິດ

Bachelor of Arts (B.A.) : ປະລິນຍາສິລະປະ
Bachelor of Architecture (B.Arch.) : ປະລິນຍາສະຖາປັດຕະຍາກຳ

Bachelor of Science (B. Sc.) : ປະລິນຍາວິທະຍາສາດ
Bachelor of Engineering (B.Eng.) : ປະລິນຍາວິສະວະກຳ
Bachelor of Industrial Technology (B.Ind.Tech.) : ປະລິນຍາອຸດສາຫະກຳເທັກ    ໂນໂລຊີ
Master Degrees : ປະລິນຍາໂທ
Master of Arts (M.A.) : ປະລິນຍາໂທສິລະປະ
Master of Engineering (M.Eng.) : ປະລິນຍາໂທວິສະວະກຳ
Master of Science (M.S.) : ປະລິນຍາໂທວິທະຍາສາດ
Doctor Degrees : ປະລິນຍາເອກ
Doctor of Engineering (D.Eng.) : ປະລິນຍາເອກວິສະວະກຳ
Graduate Diploma (Grad.Dip.) : ປະກາດສະນີຍະບັດບັນດິດ
First-Class Honors : ກຽດນິຍົມອັນດັບໜຶ່ງ
Second-Class Honors : ກຽດນິຍົມອັນດັບສອງ