ອາດຈະມີຫລາຍຄົນສົງໄສວ່າການໄປຮຽນຕ່າງປະເທດແມ່ນຄຸ້ມຄ່າບໍ? ແລ້ວຈະໄດ້ຫຍັງແດ່? … ຂ້າພະເຈົ້າເຊື່ອວ່າຖ້າທ່ານລອງຖາມເກືອບ 99% ຂອງຜູ້ທີ່ໄດ້ສຶກສາຢູ່ຕ່າງປະເທດ, ພວກເຂົາຈະຕອບວ່າມັນເປັນປະສົບການທີ່ດີ ແລະ ແນ່ນອນວ່າມັນຄຸ້ມຄ່າກັບເງິນ. ສະນັ້ນ ມື້ນີ້ຂໍໃຫ້ອ່ານ 9 ຂໍ້ດີຂອງການໄປຮຽນຢູ່ຕ່າງປະເທດກ່ອນວ່າ ມັນຈະເປັນປະໂຫຍດຕໍ່ທ່ານແນວໃດ?

 

9 ຂໍ້ດີຂອງການໄປຮຽນຢູ່ຕ່າງປະເທດ

 

1. ໄດ້ເປີດໂລກະທັດ

ເມື່ອທ່ານຕ້ອງເດີນທາງໄປຮຽນຕ່າງປະເທດທີ່ບໍ່ເຄີຍເຫັນມາກ່ອນ, ມັນຈະຊ່ວຍໃຫ້ທ່ານເປີດໂລກທີ່ທ່ານບໍ່ເຄີຍເຫັນມາກ່ອນ ແລະປະສົບການໃນຫ້ອງຮຽນທີ່ບໍ່ເຄີຍມີ,  ເຊິ່ງໃນຕອນທຳອິດ, ເມື່ອທ່ານໄປຮຽນ ທ່ານອາດຈະຮູ້ສຶກເຄັ່ງຕຶງ ແລະ ຍັງບໍ່ສາມາດປັບຕົວໄດ້ ແຕ່ຫລັງຈາກນັ້ນມັນຈະກາຍເປັນບັນຫາທ້າທາຍ ແລະ ໜ້າຕື່ນເຕັ້ນຫຼາຍ. ທ່ານຈະມີໂອກາດຊອກຫາຕົວທ່ານເອງ ເຊິ່ງອາດຈະພົບກັບເພື່ອນໃໝ່, ຄູ່ແຂ່ງໃໝ່ ແລະ ແກ້ໄຂບັນຫາໃໝ່ໆ ຈະຊ່ວຍໃຫ້ທ່ານສາມາດປັບຕົວໄດ້ ແລະ ສາມາດແກ້ໄຂບັນຫາດ້ວຍຕົນເອງໂດຍທຳມະຊາດ.

2. ໄດ້ໝູ່ເພື່ອນທີ່ຫຼາກຫຼາຍ ເມື່ອຮຽນຢູ່ຕ່າງປະເທດ

ນັ້ນຈະຊ່ວຍໃຫ້ທ່ານຮຽນຮູ້ວັດທະນະທຳໃໝ່ໆ ຈາກໝູ່ເພື່ອນປະເທດອື່ນໆ ແລະ ຮຽນຮູ້ທັງພາສາອັງກິດ ແລະ ພາສາອື່ນໆໃນເວລາດຽວກັນ, ວັດທະນະທຳ ທີ່ແຕກຕ່າງກັນຈະຊ່ວຍສ້າງຄວາມສຳພັນກັບເພື່ອນຂອງທ່ານຢ່າງໄວວາ ເຂົ້າໃຈເຊິ່ງກັນ ແລະ ກັນງ່າຍຂຶ້ນ.

3. ໄດ້ທ່ອງທ່ຽວໄປປະເທດຕ່າງໆທີ່ທ່ານບໍ່ເຄີຍໄປມາກ່ອນ

ໄປຮຽນຕ່າງປະເທດກໍ່ຄືການເດີນທາງ ເພາະວ່ານອກເໜືອຈາກການສຶກສາ ທ່ານຍັງມີເວລາທີ່ຈະເດີນທາງໄປສະຖານທີ່ຕ່າງໆ ແລະ ໄດ້ເຫັນສະຖານທີ່ໃໝ່ໆ ສິ່ງນັ້ນບໍ່ເຄີຍມີມາກ່ອນ.

4. ການຮຽນທີ່ຕ່າງປະເທດ ຈະເພີ້ມໂອກາດໃນການສະໜັກວຽກ

ແນ່ນອນຄົນທີ່ເຄີຍໄປຕ່າງປະເທດຈະໄດ້ໃຊ້ຊີວິດດ້ວຍຕົນເອງ ນັ້ນເປັນສິ່ງທີ່ໜ້າສົນໃຈຫຼາຍກວ່າຜູ້ທີ່ບໍ່ເຄີຍມີປະສົບການນີ້ມາກ່ອນ ເຊິ່ງອາດຈະເປັນປະໂຫຍດໃນການສະ ໝັກວຽກຂອງທ່ານເຊັ່ນກັນ.

5. ການຮຽນທີ່ຕ່າງປະເທດທ່ານຈະໄດ້ພົບກັບລະບົບການຮຽນ-ການສອນແບບໃໝ່

ຍ້ອນວ່າແຕ່ລະປະເທດມີລະບົບການສຶກສາແຕກຕ່າງກັນ ເພາະສະນັ້ນຈຶ່ງເຮັດໃຫ້ແຕ່ລະປະເທດມີວິຊາ / ຫຼັກສູດ ທີ່ແຕກຕ່າງກັນ. ເພາະສະນັ້ນຈຶ່ງເຮັດໃຫ້ການສຶກສາຂອງທ່ານມີປະສິດທິພາບຫລາຍຂື້ນ ແລະ ຍັງສຶກສາໂຄງການທີ່ຕອບສະໜອງ ຄວາມຕ້ອງການຂອງທ່ານໃຫ້ດີທີ່ສຸດ.

6. ການຮຽນທີ່ຕ່າງປະເທດ ຈະເຮັດໃຫ້ທ່ານເຕີບໃຫຍ່ໄວຂື້ນ

ເຮັດໃຫ້ທ່ານຮູ້ຄິດ ແລະ ແກ້ໄຂບັນຫາດ້ວຍຕົວທ່ານເອງ, ເພາະວ່າການດຳລົງຊີວິດຢູ່ຕ່າງປະເທດແມ່ນໄລຍະທີ່ທ່ານຕ້ອງເຮັດທຸກຢ່າງດ້ວຍຕົນເອງ ບໍ່ມີພໍ່ແມ່ເຮັດໃຫ້ຄືກັບຢູ່ເຮືອນ.

7. ເຮັດໃຫ້ເປັນຄົນທີ່ເຂັ້ມແຂງບໍ່ຢ້ານທີ່ຈະເດີນທາງຄົນດຽວ

ຍ້ອນວ່າພວກເຮົາໄດ້ອາໄສຢູ່ຕ່າງປະເທດ ໃນຕອນທຳອິດມັນອາດເບິ່ງໜ້າຢ້ານ ເພາະວ່າພວກເຮົາຍັງໃໝ່ຢູ່ ແຕ່ເມື່ອທຸກສິ່ງສາມາດປັບຕົວໄດ້, ມັນກໍ່ຈະດີຫຼາຍ ເຊິ່ງສືບຕໍ່ໄປເມື່ອທ່ານຕ້ອງການເດີນທາງໄກ ທ່ານຈະບໍ່ຢ້ານກົວທີ່ຈະເດີນທາງຄົນດຽວ ແລະ ຍັງຄິດວ່າມັນມ່ວນທີ່ຈະມີການຜະຈົນໄພ ແລະ ສ້າງໝູ່ໃໝ່ເຊັ່ນກັນ.

8. ຮຽນຮູ້ອີ່ຫຍັງທີ່ແປກໃໝ່

ສິ່ງທີ່ທ່ານຈະຮຽນຮູ້ນອກເໜືອ ຈາກການຮຽນພາສາອັງກິດແມ່ນ ປະສົບການໃໝ່ໆ ທີ່ບໍ່ເຄີຍເຫັນມາກ່ອນ, ເຊັ່ນວ່າຢູ່ປະເທດການາດາ, ຄົນມັກກິລາ hockey ຫຼາຍ. ທຸກໆທ້າຍອາທິດຂອງການແຂ່ງຂັນ, ປະຊາຊົນໃສ່ເສື້ອທີມທີ່ພວກເຂົາມັກ ແລະ ເບິ່ງການແຂ່ງຂັນຫຼາຍ. ເຊິ່ງບາງຄັ້ງຄາວທີ່ທ່ານຢູ່ປະເທດລາວ ທ່ານອາດຈະບໍ່ຮູ້ຈັກກິລາເຫຼົ່ານີ້ເປັນແນວໃດ ແຕ່ໃນທີ່ນີ້ທ່ານສາມາດເບິ່ງມັນຕົວຈິງ ແລະ ທຳການຮູ້ຈັກມັນຫຼາຍກ່ວາຢູ່ປະເທດລາວ.

9. ພະຍາຍາມກິນອາຫານແປກໆ ແລະ ຮຽນປຸງແຕ່ງອາຫານດ້ວຍຕົນເອງ

ການຢູ່ຕ່າງປະເທດຂອງທ່ານ ແນ່ນອນຈະຕ້ອງໄດ້ກິນອາຫານທີ່ແປກໃຫມ່ ອັນທີ່ທ່ານບໍ່ເຄີຍກິນມາກ່ອນ ແລະ ບາງຄັ້ງທ່ານກໍ່ຢາກຈະລອງເຮັດດ້ວຍຕົນເອງ ເຊິ່ງໃນທີ່ສຸດກໍ່ເຮັດອາຫານແບບອັດຕະໂນມັດ ທັງອາຫານຄາວແລະຫວານ.